ພິທີເຊັນອະນຸສັນຍາ ກ່ຽວກັບ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບສົ່ງອອກພືດຕະກຸນໝາກກ້ຽງ(ໝາກກ້ຽງເປືອກໜາ,ໝາກພຸກ ແລະ ໝາກນາວເຫຼືອງ)

សេវា​សាធារណៈ

2022-04-12 14:08

关注TA 已关注
写评论

 

ພິທີເຊັນອະນຸສັນຍາ ກ່ຽວກັບ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບສົ່ງອອກພືດຕະກຸນໝາກກ້ຽງ(ໝາກກ້ຽງເປືອກໜາ,ໝາກພຸກ ແລະ ໝາກນາວເຫຼືອງ) ຂອງ ສປປ ລາວ ໄປ ສປ ຈີນ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ຄັ້ງວັນທີ 5 ພະຈິກ 2021 ທີ່ ນະຄອນຫຼວງວຽງຈັນ. ລາຍງານໂດຍຫຍໍ້ ກ່ຽວກັບ ສະພາບການຜະລິດພືດຕະກຸນໝາກກ້ຽງ ເຊັ່ນ: ໝາກພຸກ, ໝາກກ້ຽງ ແລະ ໝາກນາວ ເປັນສິນຄ້າ ເພື່ອສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ຄື: ໃນປີ 2021 ເນື້ອທີ່ປູກພືດຕະກຸນໝາກກ້ຽງທົ່ວປະເທດມີທັງໝົດ 3,620 ຮຕ, ຜົນຜະລິດ 57,500 ໂຕນ ໃນນີ້ ເນື້ອທີ່ຜະລິດເປັນສິນຄ້າເພື່ອສົ່ງອອກມີ 2,500 ຮຕ ຫຼື ເທົ່າ 70 %, ຜົນຜະລິດ ປະມານ 50,000 ກວ່າໂຕນ ກວມເອົາ 9 ແຂວງ ຄື: ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ອັດຕະປື ໂດຍມີ 9 ບໍລິສັດ ພາຍໃນ ແລະ ຕ່າງປະເທດ ໄດ້ຊຸກຍູ້ ແລະ ລົງທຶນຮູບບ 2 ບວກ 3 ແລະ ເຊົ່າດິນປະຊາຊົນ. ຄາດຄະເນຜົນຜະລິດເບື້ອງຕົ້ນທີ່ຈະສົ່ງອອກ ໄປ ສປ ຈີນ ມີປະມານ 50,000 ໂຕນ, ຄິດເປັນມູນຄ່າ 50 ລ້ານໂດລາສະຫະລັດ ໃນຕົ້ນປີ 2022 ເປັນຕົ້ນໄປ.


 

0
同时转发到我的主页
发布

转发0评论0

0
0