80% ສິນຄ້າກະສິກໍາສົ່ງອອກຂອງລາວແມ່ນຕະຫຼາດຈີນ

សេវា​សាធារណៈ

2022-04-12 14:07

关注TA 已关注
写评论

ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ເລັ່ງຊຸກຍູ້ຜູ້ປະກອບການ ຊາວກະສິກອນ ໃຫ້ຜະລິດພືດກະສິກໍາເປັນສິນຄ້າ ໂດຍສະເພາະ 13 ຊະນິດພືດ ເພື່ອສົ່ງອອກໄປຕະຫຼາດສປ ຈີນ.

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າ ກົມປູກຝັງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ໃນວັນທີ 25 ມີນານີ້ວ່າ: ລັດຖະບານລາວ ໄດ້ຖືເອົາວຽກງານກະສິກໍາເປັນທ່າແຮງໃນການຜະລິດເປັນສະບຽງອາຫານ ແລະ ເປັນສິນຄ້າເພື່ອສົ່ງອອກ ລວມມີ 13 ຊະນິດຄື: ເຂົ້າ, ໝາກກ້ວຍ, ມັນຕົ້ນ, ສາລີ, ໝາກໂມ, ມັນດ້າງ, ພືດຕະກຸນຖົ່ວ, ໝາກນອດ, ໝາກກ້ຽງ, ໝາກພຸກ ແລະ ໝາກນາວ.

ນອກຈາກນີ້, ວຽກງານກະສິກໍາຍັງຈະສຸມໃສ່ການຊຸກຍູ້ການຜະລິດພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ ການປຸງແຕ່ງ ເພື່ອການສົ່ງອອກ. ຜ່ານມາ ສປປ ລາວ ໄດ້ເລັ່ງໃສ່ການພັດທະນາກະສິກໍາສະອາດສີຂຽວ, ນໍາໃຊ້ເຕັກນິກແບບກົນຈັກຟາມ, ຄອບຄົວ ແລະ ມາຮອດປະຈຸບັນສິນຄ້າກະສິກໍາລາວ ທີ່ສົ່ງອອກ 80% ແມ່ນສົ່ງໄປສປ ຈີນ.

 

ແຫຼ່ງຂ່າວ: CRI


 

0
同时转发到我的主页
发布

转发0评论0

0
0